Cover photo: © UNICEF/UNI529195/Brom
ຫຼັກສູດການຮຽນທາງໄກ ກ່ຽວກັບການຄຸ້ມຄອງວັກຊີນ ແລະ ລະບົບເຢັນ (ຫຼື e-VaCC) ເປັນການລິເລີ່ມການຮຽນຮູ້ດ້ວຍຕົນເອງ ຊຶ່ງຈະເນັ້ນໃສ່ຫຼັກການ ໃນການຄຸ້ມຄອງວັກຊີນ ແລະ ລະບົບເຢັນ ສຳລັບຜູ້ບໍລິຫານ ແລະ ວິຊາການ ທີ່ຮັບຜິດຊອບວຽກງານໃຫ້ວັກຊີນກັນພະຍາດ.
ປະໂຫຍດຂອງຫຼັກສູດນີ້
- ສາມາດເປັນແຫຼ່ງການອົບຮົມທົບທວນຄືນ ກ່ຽວກັບຫຼັກການການຄຸ້ມຄອງວັກຊີນ ແລະ ລະບົບເຢັນທັງໝົດ ຫຼື ສະເພາະຫົວຂໍ້ໃດໜຶ່ງ
- ຊ່ວຍໃນການຕິດຕາມສະຖານະການຝຶກອົບຮົມ ຂອງພະນັກງານສາທາລະນະສຸກຢູ່ທຸກລະດັບໄດ້
- ສື່ການຮຽນການສອນຂອງຫຼັກສູດນີ້ ສາມາດນຳໃຊ້ເປັນເຄື່ອງມືໃນການປະເມີນຄວາມພ້ອມ ແລະ ເປັນບ່ອນອີງສຳລັບພະນັກງານແພດຢູ່ທຸກລະດັບ ໃນໃນການຄຸ້ມຄອງວັກຊີນ ແລະ ລະບົບເຢັນໄດ້
ຈຸດປະສົງຂອງຫຼັກສູດ
ຫຼັງຈາກຈົບຫຼັກສູດນີ້ ທ່ານຈະສາມາດ:
- ເພີ່ມຄວາມຄວາມຮູ້ ແລະ ຄວາມເຂົ້າໃຈຂອງທ່ານ ກ່ຽວກັບການຄຸ້ມຄອງວັກຊີນ ແລະ ລະບົບເຢັນ;
- ຮຽນຮູ້ວິທີລະບຸ ແລະ ແກ້ໄຂບັນຫາ ໃນການຄຸ້ມຄອງວັກຊີນ ແລະ ລະບົບເຢັນ ຢ່າງເໝາະສົມ;
- ເພີ່ມຄວາມເຂົ້າໃຈ ແລະ ຂີດຄວາມສາມາດຂອງທ່ານ ໃນການຮັບມືກັບບັນຫາທີ່ເກີດຂຶ້ນ ໃນການປະຕິບັດວຽກງານປະຈຳວັນໃນການຄຸ້ມຄອງວັກຊີນ ແລະ ລະບົບເຢັນ;
- ເຂົ້າໃຈວິທີການຄຸ້ມຄອງວັກຊີນຕັ້ງແຕ່ໂຮງງານຜະລິດ ຈົນຮອດການໃຫ້ບໍລິການວັກຊີນກັນພະຍາດ;
- ເພີ່ມທັກສະໃນການຄຸ້ມຄອງລະບົບເຢັນໃຫ້ມີປະສິດທິພາບ ລວມເຖິງການບຳລຸງຮັກສາ.
ຜູ້ຮຽນ
ຫຼັກສູດການຮຽນທາງໄກນີ້ ແມ່ນຖືກພັດທະນາຂື້ນມາໂດຍອີງຕາມສະພາບຢູ່ໃນ ສປປ ລາວ. ເຖິງຢ່າງໃດກໍຕາມ, ການພັດທະນາບົດຮຽນຢູ່ໃນຫຼັກສູດນີ້ ແມ່ນໄດ້ອີ່ງໃສ່ບັນດາ ພາກປະຕິບັດ ແລະ ມາດຕະຖານ ທີ່ຍອມຮັບໃນທົ່ວໂລກ. ດັ່ງນັ້ນ, ຫຼັກສູດນີ້ ຈະເໝາະສົມສຳລັບພະນັກງານທີ່ຮັບຜິດຊອບວຽກງານໃຫ້ວັກຊີນກັນພະຍາດ ຢູ່ຂັ້ນສູນກາງ / ຂັ້ນທ້ອງຖິ່ນ ຂອງໂຄງການສັກຢາກັນພະຍາດໃນທົ່ວໂລກ.
ໄລຍະເວລາ
ລາປະມານ 4 ຊົ່ວໂມງ ເພື່ອສຳເລັດຫຼັກສູດນີ້: ໃຊ້ເວລາປະມານ 20-35 ນາທີ ເພື່ອສຳເລັດແຕ່ລະບົດ ແລະ ຕ້ອງສຳເລັດແຕ່ລະບົດຕາມລຳດັບ.ວິທີການ
ຫຼັກສູດນີ້ຈະນຳພາຜູ້ຮຽນຜ່ານຂໍ້ມູນທີ່ເຮົາສາມາດມີສ່ວນຮ່ວມນຳໄດ້ ແລະ ຄວາມຮູ້ກ່ຽວກັບການຄຸ້ມຄອງວັກຊີນ ແລະ ລະບົບເຢັນ ແລະ ອົງປະກອບເພີ່ມບາງຢ່າງກ່ຽວກັບຕ່ອງໂສ້ພາລາທິການ. ຫຼັກສູດນີ້ປະກອບດ້ວຍບົດນຳ ແລະ ບົດການຮຽນຮູ້ດ້ວຍຕົນເອງສັ້ນໆ 8 ບົດ ແລະ ພາກສຸດທ້າຍແມ່ນບົດທົດສອບຄວາມຮູ້ທີ່ໄດ້ຮັບໃໝ່. ແຕ່ລະບົດຈະແນະນຳ “ຂໍ້ຄວາມທີ່ສຳຄັນ” ທີ່ຢູ່ໃນໄອຄອນ ແລະ ວີດີໂອສັ້ນໆ ເພື່ອເປັນການສະໜອງຂໍ້ມູນເພີ່ມເຕີມ. ແບບທົດສອບ/ວີດີໂອ ຈະນຳຜູ້ຮຽນໄປສູ່ເນື້ອໃນໃຈຄວາມຫຼັກຂອງບົດນັ້ນໆ ເພື່ອຊ່ວຍໃຫ້ຜູ້ຮຽນເຂົ້າໃຈບົດຮຽນເພີ່ມຂຶ້ນອີກ. ວີດີໂອ ອາດຈະມີສຽງ ຫຼື ບໍ່ມີສຽງປະກອບ ແຕ່ຈະມີຄຳບັນຍາຍຢູ່ທຸກໆວີດີໂອ. ກິດຈະກຳສຸດທ້າຍຈະກະຕຸ້ນໃຫ້ທ່ານທົບທວນຄວາມເຂົ້າໃຈບົດຮຽນແຕ່ລະບົດ ແລະ ສຸດທ້າຍແມ່ນພາບລວມຂອງຫຼັກສູດ.
ໂຄງຮ່າງຂອງຫຼັກສູດ
ຫຼັກສູດນີ້ປະກອບດ້ວຍ 8 ບົດ
- ບົດທີ 1: ໂຄງການສັກຢາກັນພະຍາດແຫ່ງຊາດ, ລະບົບເຢັນ ແລະ ການຮັບວັກຊີນ
- ບົດທີ 2: ອຸປະກອນລະບົບເຢັນ
- ບົດທີ 3: ການຕິດຕາມອຸນຫະພູມ
- ບົດທີ 4: ການບຳລຸງຮັກສາ ແລະ ການຕິດຕາມ ອຸປະກອນລະບົບເຢັນ
- ບົດເຝິກຫັດການຮຽນຮູ້ໂດຍອີງໃສ່ບັນຫາ (1)
- ບົດທີ 5: ການຄຸ້ມຄອງວັກຊີນ
- ບົດທີ 6: ການສ້າງຕັ້ງສາງເກັບຮັກສາວັກຊີນ
- ບົດທີ 7: ການຄຸ້ມຄອງສິ່ງເສດເຫຼືອຈາກການໃຫ້ບໍລິການວັກຊີນກັນພະຍາດ
- ບົດທີ 8: ວັກຊີນປ້ອງກັນພະຍາດ Covid-19 ໃນ ສປປ ລາວ
- ບົດເຝິກຫັດການຮຽນຮູ້ໂດຍອີງໃສ່ບັນຫາ (2)
ຄວາມຮູ້ທີ່ໄດ້ຈາກຫຼັກສູດນີ້ແມ່ນສາມາດປະເມີນໄດ້ຈາກ 2 ລະດັບດັ່ງລຸ່ມນີ້:
1. ຄໍາຖາມປະເມີນ ກ່ອນ ແລະ ຫຼັງອົບຮົມ: ແຕ່ລະບົດຈະມີຄຳຖາມປະເມີນກ່ອນອົບຮົມ 5 ຂໍ້ ທີ່ຈະຕ້ອງປະເມີນກ່ອນເຂົ້າສູ່ບົດຮຽນ ແລະ ຈະໄດ້ຕອບຄຳຖາມເກົ່າ ຫຼັງຈາກຮຽບຈົບບົດນັ້ນໆ ເພື່ອເປັນການທົດສອບຄວາມຮູ້ທີ່ໄດ້ຈາກບົດຮຽນ. ປະເພດຂອງຄຳຖາມແມ່ນຈະມີທັງຄຳຖາມທີ່ມີຄຳຕອບຖືກພຽງຂໍ້ດຽວ ແລະ ຄຳຖາມທີ່ມີຄຳຕອບຖືກຫຼາຍຂໍ້. ທ່ານຈະເຫັນຄະແນນຂອງຕົນເອງ ຫຼັງຈາກສໍາເລັດການທົດສອບກ່ອນ ແລະ ຫຼັງອົບຮົມແລ້ວເທົ່ານັ້ນ. ທ່ານສາມາດເລືອກຮຽນຄືນໄດ້ ຖ້າຫາກວ່າທ່ານໄດ້ຄະແນນຕໍ່າ ຫຼື ຖ້າທ່ານຕ້ອງການເຂົ້າໄປເບິ່ງເນື້ອໃນບົດຮຽນຄືນໃໝ່.
2. ບົົດເຝິກຫັດການຮຽນຮູ້ໂດຍອີງໃສ່ບັນຫາ: ນອກຈາກຄຳຖາມການທົດສອບກ່ອນ ແລະ ຫຼັງອົບຮົມແລ້ວ, ຍັງມີບົດເຝິກຫັດການຮຽນຮູ້ໂດຍອີງໃສ່ບັນຫາ 2 ບົດ ເຊິ່ງເປັນສ່ວນໜຶ່ງຂອງຫຼັກສູດ. ແຕ່ລະບົດເຝິກຫັດຈະສະແດງສະຖານະການສົມມຸດ ທີ່ກ່ຽວຂ້ອງກັບວັກຊີນ ແລະ ລະບົບເຢັນ. ຈາກນັ້ນທ່ານຈະໄດ້ນຳໃຊ້ຄວາມຮູ້ທີ່ໄດ້ຈາກການອົບຮົມ ໃນການຕອບຄຳຖາມຂອງບົດເຝິກຫັດແຕ່ລະບົດ
ຕິດຕໍ່ພົວພັນ
Dheeraj Bhatt dbhatt@unicef.orgBoualiane Obmalay bobmalay@unicef.org
